ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍພັກກົມຄຸ້ມຄອງອາວຸດ-ກະສູນ ສະຫຼຸບຖອດຖອນບົດຮຽນ
ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023


    ວັນທີ 7 ສິງຫາ 2023 ນີ້, ໜ່ວຍພັກກົມຄຸ້ມຄອງອາວຸດ-ກະສູນ ກົມໃຫຍ່ເຕັກນິກກອງທັບ ໄດ້ສະຫຼຸບຖອດຖອນບົດຮຽນການກໍ່ສ້າງ
ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂຶ້ນ. ໂດຍການເຂົ້າຮ່ວມເປັນປະທານ
ຂອງ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ, ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຄະນະປະຈໍາພັກກົມໃຫຍ່ ຮອງ
ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ທັງເປັນຫົວໜ້າຄະນະກວດກາ, ຊຸກຍູ້ຂະບວນການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ຂອງກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ລຽນວິໄລ ພັນທອງຄໍາ, ຄະນະພັກອົງການກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່
ເຕັກນິກກອງທັບ, ມີສະຫາຍ ພັນເອກ ຫຼ້າແກ້ວ ໄຊຍະສິດ, ເລຂາໜ່ວຍພັກ, ຫົວໜ້າກົມຄຸ້ມຄອງອາວຸດ-ກະສູນ, ມີຄະນະກວດກາ, ຄະນະ
ໜ່ວຍພັກ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ.

     ສະຫາຍ ພັນເອກ ຫຼ້າແກ້ວ ໄຊຍະສິດ ເລຂາໜ່ວຍພັກ ຫົວໜ້າກົມຄຸ້ມຄອງອາວຸດ-ກະສູນ ໄດ້ສະຫຼຸບສັງລວມ ແລະ ຕີລາຄາຄືນການນໍາ
ພາກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2023. ໜ່ວຍພັກໄດ້ຮັບການເລືອກຕັ້ງໃນກອງປະຊຸມໃຫຍ່ ຄັ້ງທີ IX, ຄັ້ງວັນທີ 04 ກຸມ
ພາ 2022, ໜ່ວຍພັກສ້າງຕັ້ງຂຶ້ນໃນກົງຈັກບັນຊາຂັ້ນກົມ, ໜ່ວຍພັກພາຍໃຕ້ການຊີ້ນໍາ-ນໍາພາເດັດຂາດ ໂດຍກົງຮອບດ້ານຈາກຄະນະພັກ ກົມ
ໃຫຍ່ເຕັກນິກກອງທັບ, ໜ່ວຍພັກມີພາລະບົດບາດເປັນແກນນໍາ ໃຫ້ບັນດາການຈັດຕັ້ງນຳພາ-ບັນຊາຂັ້ນຂອງຕົນ ໃນການຈັດຕັ້ງປະຕິບັດແນວ
ທາງການເມືອງຂອງພັກ, ກໍ່ສ້າງໜ່ວຍພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ເປັນຫຼັກແຫຼ່ງໃນປັບປຸງກໍ່ສ້າງຂະແໜງການເຕັກນິກອາວຸດຍຸດໂທ
ປະກອນ ໃຫ້ເຕີບໃຫຍ່, ເຂັ້ມແຂງ, ທັນສະໄໝ ເປັນກ້າວໆ, ນໍາພາວຽກງານການຈັດຕັ້ງທີ່ເຂັ້ມແຂງ, ມີແບບແຜນ, ກໍ່ສ້າງພັກ, ກໍ່ສ້າງກຳລັງ ໃຫ້
ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ປະຕິບັດກົດລະບຽບຂອງກອງທັບ, ກົດໝາຍຂອງລັດ ແລະ ກົດລະບຽບຂອງພັກເຂັ້ມງວດ,
ຄະນະພັກໄດ້ຖືສຳຄັນ ແລພະ ເອົາໃຈໃສ່ສຶກສາອົບຮົມການເມືອງໃຫ້ພະນັກງານສະມາຊິກພັກ, ໃນນີ້ໄດ້ຈັດຕັ້ງພະນັກງານເຂົ້າຮ່ວມເຊື່ອມຊຶມບັນ
ດາມະຕິ, ຄຳສັ່ງ ແລະ ມູນເຊື້ອວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ທີ່ຂັ້ນເທີງຈັດຂຶ້ນ, ເຮັດໃຫ້ພະນັກງານ-ສະມາຊິກພັກຮັບຮູ້, ເຂົ້າໃຈ, ເຊື່ອມ
ຊຶມກຳແໜ້ນຢ່າງເລິກເຊີ່ງ ແລະ ເປັນເຈົ້າການຜັນຂະຫຍາຍເປັນແຜນການ, ເປັນໂຄງການອັນລະອຽດ ໃນໜ້າທີ່ການເມືອງຂອງຕົນ, ສະມາຊິກ
ພັກຈຳແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ, ຄະນະພັກ ແລະ ສະມາຊິກພັກຍາມໃດກໍເຊື່ອໝັ້ນຕໍ່ການນຳພາຂອງພັກ, ການຄຸ້ມຄອງຂອງລັດ, ຢຶດ
ໝັ້ນກ້າວເດີນຕາມຕໍ່ອຸດົມການຂອງພັກ ກ້າວຂຶ້ນສັງຄົມນິຍົມ, ມີຄວາມເປັນເອກກະພາບສູງຕໍ່ແນວທາງ, ມະຕິ, ຄຳສັ່ງຂອງພັກ, ມີຄຸນທາດການ
ເມືອງ ແລະ ຄຸນສົມບ່ັດສິນທຳປະຕິວັດສູງ, ມີນໍ້າໃຈເສຍສະຫຼະອັນສູງຕໍ່ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານເຖິງວ່າບາງຄັ້ງວຽກງານມີອຸປະສັກ
ແລະ ຄວາມຫຍຸ້ງຍາກກໍໄດ້ອຸ່ນອ່ຽນທຸ່ນທ່ຽງອົດທົນຜ່ານຜ່າ, ຕັ້ງໜ້າຫ້າວຫັນປະກອບສ່ວນເຮື່ອແຮງ ແລະ ສະຕິປັນຍາເຂົ້າໃນໜ້າທີ່ວຽກງານ
ດ້ວຍຄວາມຮັບຜິດຊອບສູງ, ເຮັດໃຫ້ຂະບວນການວຽກງານມີບັນຍາການດີ ແລະ ມີຜົນສໍາເລັດສູງ, ຄະນະໜ່ວຍພັກໄດ້ມີຄວາມສາມັກຄີເປັນ
ເອກະພາບຢ່າງໜັກແໜ້ນ, ດ້ານການເມືອງ-ແນວຄິດມີຄວາມໜັກແໜ້ນ, ການຈັດຕັ້ງແຕ່ລະຂັ້ນໄດ້ໃກ້ສິດຕິດພັນກັບຂະບວນການວຽກງານຕົວ
ຈິງຂອງກົມກອງ. ບັນດາສະຫາຍສະມາຊິກພັກລ້ວນແຕ່ມີສະຕິສູງຕໍ່ການຈັດຕັ້ງ, ເຄົາລົບ ແລະ ປະຕິບັດເຂັ້ມງວດບັນດາລະບອບ, ກົດລະບຽບຂອງ
ພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ, ໜ່ວຍພັກໄດ້ຈັດຕັ້ງເປັນ 04 ຈຸເພື່ອນໍາພາເຄື່ອນໄຫວວຽກງານ ແລະ ດໍາເນີນຊີວິດການ
ເມືອງ. ການດໍາເນີນຊີວິດການເມືອງແຕ່ລະຄັ້ງ ແມ່ນມີເນື້ອໃນເລິກເຊີ່ງ ແລະ ຮັບປະກັນໄດ້ 03 ລັກສະນະຄື: ລັກສະນະຕໍ່ສູ້, ລັກສະນະນໍາພາ ແລະ
ລັກສະນະສຶກສາອົບຮົມ, ຄະນະໜ່ວຍພັກ ໄດ້ຖືສຳຄັນຕໍ່ການບຳລຸງສ້າງ ແລະ ຄຸ້ມຄອງພະນັກງານ, ໄດ້ຄົ້ນຄວ້າປັບປຸງການຈັດຕັ້ງບັນຊາຂັ້ນຄະນະ
ບັນຊາກົມກອງຂຶ້ນກັບ, ຂັ້ນພະແນກການໃນອົງການກົມ ແລະ ກົມກອງຂຶ້ນກັບ, ຍົກຍ້າຍສັບຊ້ອນພະນັກງານໃສ່ແຕ່ລະຕຳແໜ່ງງານ ແລະ ກົມກອງ
ຕັ້ງໃໝ່ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ. ສະມາຊິກພັກ ແລະ ນັກຮົບ ໃນ ກົມກອງມີແນວຄິດອຸ່ນອຽນທຸ່ນ ທ່ຽງ, ເຊື່ອມຊຶມ
ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີ
ຄວາມສະຫງົບ, ມີຄວາມສາມັກຄີເປັນປຶກແຜ່ນ, ແໜ້ນໜາ, ຮັກສາໄດ້ຄວາມໜັກ ແໜ້ນທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ,
ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ມີຄວາມກະຕືລືລົ້ນຕໍ່ການປະຕິບັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ, ຕອບຕ້ານໄດ້ທຸກປະກົດການ
ຫຍໍ້ຕ່າງໆບໍ່ໃຫ້ເກີດຂື້ນ.

     ຜ່ານການຈັດຕັ້ງປະຕິບັດໃນບັ້ນດໍາເນີນຊີວິດການເມືອງສໍາຫຼວດກວດກາການຄັດເລືອກຕີລາຄາແບ່ງປະເພດຄຸນນະພາບຂອງສະມາຊິກພັກໃນ
ຄັ້ງນີ້ຈາກຄະນະກວດກາທີ່ກ່ຽວຂ້ອງເຫັນວ່າ: ຄະນະໜ່ວຍພັກ ແລະ ສະມາຊິພັກແຕ່ລະສະຫາຍ ໄດ້ຮັບການຕີລາຄາຈັດແບ່ງປະເພດເປັນສະມາ
ຊິກພັກແຂງທັງໝົດ 20 ສະຫາຍ, ຍິງ 02 ສະຫາຍ, ບໍ່ມີສະມາຊິກພັກກາງ, ອ່ອນ ແລະ ເສຍທາດ, ສໍາລັບໜ່ວຍພັກ ບັນລຸໄດ້ ຄະແນນ 100%
ແລະ ໄດ້ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄວ້າຮັບຮອງ ແລະ ຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດຕໍ່ກັນອີກໜຶ່ງ ສະໄໝ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ, ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຄະນະປະຈໍາພັກກົມໃຫຍ່,
ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ໜ່ວຍພັກຍາດມາໄດ້ໃນຄັ້ງນີ້ ແລະ ຮຽກ
ຮ້ອງໃຫ້ຄະນະໜ່ວຍ ປັບປຸງທັດສະນະຮັບຮູ້ແນວທາງປ່ຽນແປງໃໝ່ຂອງພັກ, ຕອບຕ້ານໄດ້ທຸກປະກົດການຫຍໍ້ຕ່າງໆບໍ່ໃຫ້ເກີດຂື້ນ, ສືບຕໍ່ເຮັດວຽກ
ງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນປົກກະຕິ, ພ້ອມກັນຍົກສູງຄວາມຮັບຜິດຊອບ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ,
ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ພັດທະນາແບບແຜນວິທີເຮັດວຽກທີ່ຮັດກຸມໃຫ້ມີປະສິດທິພາບ, ປະຕິບັດຫຼັກການລວມສູນ
ປະຊາທິປະໄຕ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບລະອຽດຈະເເຈ້ງ, ມີຄວາມສາມັກຄີເປັນປຶກແຜ່ນ, ແໜ້ນໜາ, ຮັກສາໄດ້ຄວາມໜັກ ແໜ້ນທາງ
ດ້ານຄຸນທາດການເມືອງ, ມີການສໍາຫຼວດກວດກາ, ຖືເອົາການດໍາເນິີນຊີວິດການເມືອງພາຍໃນໜ່ວຍພັກ, ຈຸພັກ ແລະ ພ້ອມກັນເຮັດສໍາເລັດໜ້າທີ່
ການເມືອງຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ບັນລຸຜົນເປັນຈິງ.

ແຫຼ່ງທີ່ມາ ພູສະນິດ ສິງເມືອງຄໍາ
ວັນທີ 11/08/2023